ລົງນາມກໍ່ສ້າງໂຄງການທາງຫຼວງແຫ່ງຊາດເລກທີ 11

ພິທີເຊັນສັນຍາໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກທີ 11 (ທີ່ມີເສັ້ນທາງເຊື່ອມຕໍ່ນະຄອນຫຼວງວຽງຈັນຜ່ານແຂວງໄຊຍະບູລີເຖິງພາກເໜືອປະເທດໄທ) ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2019 ທີ່ໂຮງແຮມແລນມາກ ແມ່ຂອງ ລີເວີໃຊ ໂດຍການຮ່ວມລົງນາມລະຫວ່າງ ບໍລິສັດ ເອຊຽນ ອິນຈີເນຍຣິງ ຄອນຊາວຕັນ, ປະເທດໄທ ແລະ ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ.
ພິທີເຊັນສັນຍາໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ສະຖານທູດໄທ, ກະຊວງການເງິນ ແລະ ພາກສ່ວນເອກະຊົນ. ບໍລິສັດ ລາວໂກເບີນ ເອັນຈີເນຍລິງ ແອນ ດີວີລົບເມັນ ຄອນຊາວຕັນ (LGE) ຮ່ວມກັບບໍລິສັດ ລາວ ແທນສປອດ ອາຈີເນຍລິງ ຄອນຊາວຕັນ (LTEC) ເປັນຄູ່ຮ່ວມວຽກຝ່າຍ ສປປ ລາວ ໃນການປະມູນໂຄງການນີ້. ໂຄງການນີ້ເປັນບາດກ້າວຫນື່ງຂອງຄວາມສຳເລັດໃນການເລີ່ມຕົ້ນປີ 2019 ຂອງ LGE.
LGE ໄດ້ໃຫ້ບໍລິການທີ່ປຶກສາໃນຂະແໜງວິສະວະກຳໂຍທາແຕ່ປີ 2012 ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຫຼາຍໂຄງການສາກົນ. ປັດຈຸບັນ LGE ກໍຍັງໄດ້ປະຕິບັດວຽກພັດທະນາຊົນນະບົດໃນປະເທດມຽນມ້າຮ່ວມກັບບໍລິສັດພະມ້າ (Suntac).
ໂຄງການສ້າງທາງຍາວ 122 ກິໂລແມັດຈາກບ້ານໂນນສະຫວັນ-ກົກເຂົາດໍ ເຖິງ ບ້ານວັງ-ນ້ຳແສງ ຜ່ານເມືອງຊານະຄາມ ແລະ ເຊື່ອມຕໍ່ກັບທາງໃນແຂວງໄຊຍະບູລີ ສປປ ລາວ ກ່ອນເຖິງພາກເໜືອປະເທດໄທ. ໂຄງການແມ່ນໄດ້ຮັບການຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມຈາກ ອົງການ ພັດທະນາເສດຖະກິດລະຫວ່າງປະເທດເພື່ອນບ້ານຂອງລາຊະອານາຈັກໄທ (NEDA) ມີມູນຄ່າທັງໝົດ 1.8 ຕື້ບາດ (513.6 ຕື້ກີບ) ໃນນັ້ນມີເງິນວ່າຈ້າງທີ່ປຶກສາໂຄງການຈຳນວນ 50 ລ້ານບາດ. ການໃຫ້ບໍລິການທີ່ປຶກສາຈະເລີ່ມໃນເດືອນ ກໍລະກົດ 2019 ແລະ ສືບຕໍ່ເປັນເວລາ 36 ເດືອນ.
ທ່ານ ສາມາດອ່ານຂ່າວ ເພີ່ມຕື່ມໄດ້ຈາກ ໜັງສືພິມ ວຽງຈັນທາມ.