loading
nr_topStrip

ລາວໂກເບີນ ເອນຈິເນຍລິງ ແອນ ດີວີລົບເມັ້ນ ຄອນຊາວຕັນ ຈຳກັດຜູ້ດຽວ (ລກບ)

Lao Grobal Engineering and Development Consultants Sole Co.,Ltd (LGE)

ພາບລັກທີ່ດີ, ຄວາມໝັ້ນໃຈ, ການນຳສະເໜີ ແລະ ຝຶກອົບຮົມທັກສະການສ້າງເຄືອຂ່າຍ
February 12, 2019

ພາບລັກທີ່ດີ, ຄວາມໝັ້ນໃຈ, ການນຳສະເໜີ ແລະ ຝຶກອົບຮົມທັກສະການສ້າງເຄືອຂ່າຍ

ວັນທີ 23 ມັງກອນ-6 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, LGE ແລະ Totostips ໄດ້ຈັດຝຶກອົບຮົມພາບລັກທີ່ດີ, ຄວາມໝັ້ນໃຈ, ການນຳສະເໜີ ແລະ ທັກສະການສ້າງເຄືອຂ່າຍ ໃຫ້ພະນັກງານ, ສ່ວນບຸກຄົນ ແລະ ນັກຮຽນ.

ບໍລິສັດໂຕ້ໂຕ້ທິບສ-ທີ່ປຶກສາດ້ານບຸກຄະລິກຂະພາບ ໄດ້ສ້າງຕັ້ງຂຶ້ນໃນເມືອງເພີດ, ພາກຕາເວັນຕົກຂອງປະເທດອົດສຕາລີໂດຍໂຕ້ໂຕ້ ບຸດດາຣາ. ທຸລະກິດໄດ້ມີການຂະຫຍາຍໂຕຢ່າງໄວວາມີຜົນເນື່ອງມາຈາກຄວາມສຳຄັນ ແລະ ຄວາມຕ້ອງການດ້ານພາບລັກທີ່ເປັນມືອາຊີບ ແລະ ການນຳສະເໜີບຸກຄະລິກສ່ວນຕົວທີ່ຊື່ເຖິງແບຣນຂອງບຸກຄົນ ແລະ ທຸລະກິດຂອງຕົນ.

ທີ່ປຶກສາດ້ານພາບລັກແມ່ນຂັ້ນຕອນການປະເມີນ, ປັບປຸງ, ພັກດັນ, ພັດທະນາ, ຫຼື ເພີ່ມພາບລັກຜ່ານການປຶກສາຕາມຂັ້ນຕອນ ເພື່ອຄວາມແນ່ນອນຕໍ່ພາບລັກທີ່ເຫມາະກັບບຸກຄະລິກສ່ວນຕົວ ຫຼື ເປົ້າໝາຍໃນອາຊີບ.

ໂຕ້ໂຕ້ທິບສ ແລະ LGE ໄດ້ຮ່ວມມືກັນຈັດການຝຶກອົບຮົມຂຶ້ນໃນສປປ ລາວ ແລະ ນຳເອົາໂອກາດນີ້ມາເຖິງຄົນທີ່ອາໄສຢູ່ໃນສປປ ລາວ, ນີ້ຄືສິ່ງທີ່ເຮົາພາບພູມໃຈ.

ການຝຶກອົບຮົມໃນຄວາມເປັນມືອາຊີບໂດຍ ໂຕ້ໂຕ້ ບຸດດາຣາ, ຜູ້ກໍ່ຕັ້ງ ແລະ ເຈົ້າຂອງ Totostips

ໂຕ້ໂຕ້ໄດ້ໃຫ້ການປຶກສາຜູ້ບໍລິຫານ, ຜູ້ອຳນວຍການ, ນັກທຸລະກິດ ແລະ ພະນັກງານໃນການສະແດງຈຸດແຂງຈຸດເດັ່ນ ແລະ ບຸກຄະລິກຂອງເຂົາເຈົ້າ ຜ່ານການນຳສະເໜີພາບລັກທີ່ເປັນຈຸດເດັ່ນຂອງບຸກຄົນ.

ທຸລະກິດທີ່ປຶກສາດ້ານບຸກຄະລິກຂະພາບໄດ້ເນັ້ນໃສ່ການສ້າງພາບລັກຂອງລູກຄ້າ ທັງໃນຊີວິດປະຈຳວັນ ແລະ ໃນອອນລາຍ.

ໂຕ້ໂຕ້ເຊື່ອວ່າຄວາມສາມາດໃນການນຳສະເໜີຕົວຕົນທີ່ມິຈຸດເດັ່ນ ຈະນຳພາໃຫ້ຄວາມເຊື່ອ ແລະ ສິ່ງທີ່ປາດຖະໜາບັນລຸເປົ້າຫມາຍຕໍ່ຄວາມສຳເລັດໃນວຽກງານ ຫຼື ຊີວິດສ່ວນຕົວ.

ໂຕ້ໂຕ້ໄດ້ຝຶກສອນນັກຮຽນໃນການນຳສະເໜີຕົວເອງທັງອອນລາຍ ແລະ ໃນຊີວິດປະຈຳວັນ, ສ້າງຄວາມໝັ້ນໃຈ ແລະ ນຳໃຊ້ຈຸດແຂງ ເພື່ອການສຳພາດເຂົ້າມະຫາວິທະຍາໄລ ຫຼື ສຳພາດວຽກຫຼັງຈາກຈົບການສຶກສາ.