loading
nr_topStrip

ລາວໂກເບີນ ເອນຈິເນຍລິງ ແອນ ດີວີລົບເມັ້ນ ຄອນຊາວຕັນ ຈຳກັດຜູ້ດຽວ (ລກບ)

Lao Grobal Engineering and Development Consultants Sole Co.,Ltd (LGE)

ປະກາດຮັບສະໝັກພະນັກງານ

 

ບໍລິສັດ ລາວໂກເບີນ ເອນຈີເນຍລິງ ແອນ ດີວີລົບເມັ້ນ ຄອນຊາວຕັ້ນ ຈຳກັດຜູ້ດຽວ (LGE) ໄດ້ມີການເຕີບໃຫຍ່ ແລະ ຕ້ອງການເພື່ອນຮ່ວມງານທີ່ຫ້ອງການຕັ້ງຢູ່ບ້ານ ສະພານທອງເໜືອ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. LGE ກຳລັງຊອກຫາຜູ້ສະມັກທີ່ມີຄຸນສົມບັດເໝາະສົມໃນຕຳແໜ່ງ ນັກອອກແບບ Auto CAD Civil 3D ແລະ ນັກອອກແບບ Auto CAD.

 

  1. ຕຳແໜ່ງ: ນັກອອກແບບ Auto CAD Civil 3D

ໜ້າທີ່ຫຼັກ:

  • ຂຽນແບບ ແລະ ອອກແບບຂົວ-ທາງ ພ້ອມທັງຄິດໄລ່ບໍລິມາດ.

 

ຄຸນນະວຸດທີ:

  • ຈົບປະລິນຍາຕີ ສາຂາວິສະວະກຳໂຍທາ ຫຼື ທຽບເທົ່າ.
  • ປະສົບການຢ່າງນ້ອຍ 5 ປີໃນການລົງສະໜາມ ແລະ ການອອກແບບຂົວ-ທາງ.
  • ສາມາດນຳໃຊ້ໂປຣແກມ Auto CAD, Auto CAD Civil 3D, 3Ds Max ແລະ MS Office.
  • ສາມາດເຮັດວຽກເປັນທີມງານໄດ້.
  • ສາມາດເຮັດວຽກຕ່າງແຂວງໄດ້.

 

  1. ຕຳແໜ່ງ: ນັກອອກແບບ Auto CAD

ໜ້າທີ່ຫຼັກ:

  • ຂຽນແບບໂຄງສ້າງ ພ້ອມທັງຄິດໄລ່ບໍລິມາດໂຄງສ້າງໄດ້ເປັນຢ່າງດີ.

 

ຄຸນນະວຸດທີ:

  • ຈົບປະລິນຍາຕີ ສາຂາວິສະວະກຳໂຍທາ ຫຼື ທຽບເທົ່າ.
  • ປະສົບການຢ່າງນ້ອຍ 3 ປີໃນການລົງສະໜາມ ແລະ ການຂຽນແບບໂຄງສ້າງ.
  • ສາມາດນຳໃຊ້ໂປຣແກມ Auto CAD ແລະ MS Office.
  • ສາມາດເຮັດວຽກເປັນທີມງານໄດ້.
  • ສາມາດເຮັດວຽກຕ່າງແຂວງໄດ້.

 

ທ່ານໃດຫາກສົນໃຈ ສາມາດສະໝັກຕໍາແໜ່ງຂ້າງເທິງໄດ້ໂດຍການສົ່ງອີເມວ ຫາ HR@lge.la ແລະ ໃຫ້ໃສ່ຫົວຂໍ້ອີເມວເປັນຕຳແໜ່ງທີ່ຕ້ອງການສະມັກ ຕິດຂັດຊິວະປະຫວັດຫຍໍ້ ແລະ ໜັງສືປາດຫນ້າ ຫຼື ສາມາດມາສົ່ງໄດ້ທີ່ຫ້ອງການໂທ +856-21-417696 ກ່ອນວັນທີ 7 ມິຖຸນາ 2019.

Application for Employment