loading
nr_topStrip

ລາວໂກເບີນ ເອນຈິເນຍລິງ ແອນ ດີວີລົບເມັ້ນ ຄອນຊາວຕັນ ຈຳກັດຜູ້ດຽວ (ລກບ)

Lao Grobal Engineering and Development Consultants Sole Co.,Ltd (LGE)

ປະຫວັດຄວາມເປັນມາໂດຍຫຍໍ້

ບໍລິສັດພາຍໃນ ສປປລາວ ພ້ອມກັບປະສົບການສາກົນ ແລະ ຮອບດ້ານ

ບໍລິສັດລາວໂກເບີນເອັນຈີເນຍລິງແອນດີວີໂລບເມັນ ຄອນຊາວຕັນຈຳກັດ (LGE) ໄດ້ຖືກສ້າງຕັ້ງຂຶ້ນໃນລະຫວ່າງກາງປີ 2012 ໂດຍນັກທຸລະກິດໜຸ່ມນ້ອຍໃນ ສປປລາວ ໂດຍພື້ນຖານຄວາມຮູ້ຄວາມສາມາດ ແລະ ປະສົບການໃນຂະແໜງວິສະວະກຳໂຍທາ ແລະປະຕິບັດໜ້າທີ່ການເຮັດວຽກແບບສາກົນ.
ເບື້ອງຕົ້ນທຶນຈົດທະບຽນຂອງ LGE ລວມທັງຊັບສິນຄົງທີ່ ແລະ ທຶນໝູນວຽນເບື້ອງຕົ້ນປະມານ 1,500,000,000 kip(ຫຼືທຽບເທົ່າ 190,000 USD ໂດຍປະມານ).

LGE ໄດ້ຢຶດໝັ້ນໃນຈຸດຢືນຂອງຕົນເອງໂດຍໝູນໃຊ້ທ່າແຮງຈາກປະສົບການຕົວຈິງ ທາງດ້ານການດຳເນີນທຸລະກິດ ແລະ ໃນຂະແໜງວິສະວະກຳໂຍທາ,ສຳຫຼວດອອກແບບໂຄງສ້າງພື້ນຖານ ແລະ ສຳຫຼວດເກັບກຳຂໍ້ມູນສຶກສາໂຄງການ ແລະ ອື່ນໆ.

LGE ໄດ້ສະແດງ ແລະນໍາສະເໜີຂີດຄວາມສາມາດຂອງຕົນໃນ ສປປລາວລວມເຖິງລະດັບສາກົນ ເຊິ່ງໄດ້ສະແດງອອກໃນໂຄງການສາກົນທີ່ໄດ້ຮັບມອບໝາຍໃຫ້ພວກເຮົາຈັດຕັ້ງປະຕິບັດໂຄງການບົນພື້ນຖານຂີດຄວາມສາມາດ ແລະ ທ່າແຮງທີ່ບົ່ມຊ້ອນພາຍໃນຂອງພວກເຮົາ.
LGE ໄດ້ນໍາສະເໜີໂຕເອງໃນຮູບແບບທຸລະກິດນິຕິບຸກຄົນພາຍໃນປະເທດ ແຕ່ບົນພື້ນຖານຄວາມຮູ້ຄວາມສາມາດ ແລະ ປະສົບການແບບມາດຕະຖານສາກົນ.
LGE ປະກອບດ້ວຍທີມງານທີ່ມີປະສົບການທັງພາຍໃນ ແລະຕ່າງປະເທດໃນລະດັບວິຊາສະເພາະທີ່ແນ່ນອນ, ເຊິ່ງວ່າບົນພື້ນຖານດັ່ງກ່າວໄດ້ສົ່ງຜົນໃຫ້ LGE ໄດ້ກ້າວຂຶ້ນມາຢືນຢູ່ໃນແຖວໜ້າຂອງບໍລິສັດທີ່ປຶກສາໃນ ສປປລາວ.

ຈາກໄລຍະເລີ່ມຕົ້ນດໍາເນີນທຸລະກິດເຖິງປະຈຸບັນ LGE ໄດ້ຮັບຄວາມເຊື່ອໝັ້ນແລະໄວ້ວາງໃຈຈາກຜູ້ວ່າຈ້າງ ແລະ ບໍລິສັດຮ່ວມຄູ່ຮ່ວມ ຢູ່ໃນລະດັບທີ່ໜ້າເພິ່ງພໍໃຈພ້ອມກັບມາດຖານວຽກ ແລະ ການສົ່ງມອບຜະລິດຕະພັນຕາມກໍານົດເວລາ.

ວິໃສທັດ:ຍາດແຍ່ງສ້າງເຊື່ອໝັ້ນ ແລະ ເປັນທີ່ຍອມຮັບໃນລະດັບພາຍໃນ ສປປລາວ ແລະ ລະດັບສາກົນ

ພາລະກິດ:ຍຸດທະສາດພວກເຮົາແມ່ນຕ້ອງສູ້ຊົນຢ່າງຕັ້ງໜ້າ ເພື່ອຮັກສາຄຸນນະພາບ ແລະ ການໃຫ້ບໍລິການໂດຍຮັບປະກັນການສົ່ງມອບຜະລິດຕະພັນຕາມກຳນົດເວລາ ພ້ອມກັບມາດຕະຖານວຽກລະດັບສາກົນ

ຄຸນຄ່າທີ່ LGE ຍຶດຖື
LGE ກັບຈຸດຢືນຍຸດທະສາດແມ່ນ:

  • ເອົາໃຈໃສ່ ແລະ ສູ້ຊົນໃນວຽກງານທີ່ປະຕິບັດດ້ວຍໃຈມັກ
  • ໃຫ້ບໍລິການ ແລະ ປະຕິບັດວຽກໃຫ້ດີທີ່ສຸດແກ່ຜູ້ວ່າຈ້າງ
  • ສູ້ຊົນຢ່າງຕັ້ງໜ້າເພື່ອໃຫ້ຜົນງານອອກມາດີທີ່ສຸດ
  • ເປັນຜູ້ໃຫ້ບໍລິການດ້ານທີ່ປຶກສາທີ່ໜ້າເຊື່ອຖື