loading
nr_topStrip

ລາວໂກເບີນ ເອນຈິເນຍລິງ ແອນ ດີວີລົບເມັ້ນ ຄອນຊາວຕັນ ຈຳກັດຜູ້ດຽວ (ລກບ)

Lao Grobal Engineering and Development Consultants Sole Co.,Ltd (LGE)

LGE ແມ່ນດຳເນີນທຸລະກິດຕົ້ນຕໍໃນການໃຫ້ບໍລິການທີ່ປຶກສາດ້ານວິສະວະກຳໂຍທາ, ແຕ່ດ້ວຍທ່າແຮງທີ່ມີດ້ານການໃຫ້ບໍລິການບໍ່ໄດ້ຖືກຈໍາກັດພຽງເທົ່ານັ້ນ ໂດຍໄດ້ມີການໃຫ້ບໍລິການໃນຫຼາຍໆຂົງເຂດດັ່ງນີ້:

  1. 1.ສຳຫຼວດຂໍ້ມູນເພື່ອວາງແຜນການຕະຫຼາດ ແລະ ຍຸດທະສາດເພີ່ມຂະຫຍາຍຖານຕະຫຼາດ.
  2. 2. ສຳຫລວດ,ເກັບກໍາຂໍ້ມູນ ແລະ ຂຽນບົດສຶກສາໂຄງການຕ່າງໆ ສໍາລັບວຽກກໍ່ສ້າງວິສະວະກໍາໂຍທາ ແລະ ໂຄງການການພັດທະນາອື່ນໆ.
  3. 3. ສຳຫຼວດໂຄງການທາງດ້ານວິສະວະກໍາໂຍທາ
  4. 4. ສຳຫຼວດບໍ່ດິນ,ແຫລ່ງວັດສະດຸກໍ່ສ້າງ ແລະ ສຳຫຼວດທໍລະນີເພື່ອການອອກແບບກໍ່ສ້າງ ໂຄງການກໍ່ສ້າງຂົວ-ທາງ ແລະ ອາຄານ
  5. 5. ອອກແບບທາງດ້ານເລຂາຄະນິດ ແລະ ໂຄງສ້າງສຳລັບໂຄງການກໍ່ສ້າງຂົວ-ທາງ.
  6. 6. ອອກແບບໂຄງສ້າງໜ້າທາງແບບຢາງປູທາງ,ຢາງຂົ້ວ ແລະແບບໂຄງສ້າງແບບເບຕົງເສີມເຫຼັກ.
  7. 7. ສຳຫຼວດ ແລະ ສຶກສາປະລິມານການສັນຈອນເພື່ອການວາງແຜນລະບົບຕາໜ່າງເສັ້ນທາງ.
  8. 8. ຕິດຕາມ ຄວບຄຸມໂຄງການກໍ່ສ້າງວິສະວະກຳໂຍທາ ແລະ ຊົນລະປະທານ.
  9. 9. ຕິດຕາມປະເມີນກ່ຽວກັບສະພາບແວດລ້ອມສຳລັບວຽກໂຄງການກໍ່ສ້າງວິສະວະກຳໂຍທາ.
  10. 10. ປະເມີນຜົນກະທົບທາງຕາມສິ່ງແວດລ້ອມ ແລະ ສັງຄົມ.
  11. 11. ສຶກສາລະບົບຂົນສົ່ງ ແລະ ການວາງແຜນຜັງເມືອງ.
  12. 12. ໂຄງການຕ່າງໆ ທີ່ກ່ຽວກັບວຽກງານກະສິກຳ.
  13. 13. ຕິດຕາມ ແລະ ປະເມີນໂຄງການພັດທະນາຊົນນະບົດ.

Engineering Portfolio Profile