loading
nr_topStrip

ລາວໂກເບີນ ເອນຈິເນຍລິງ ແອນ ດີວີລົບເມັ້ນ ຄອນຊາວຕັນ ຈຳກັດຜູ້ດຽວ (ລກບ)

Lao Grobal Engineering and Development Consultants Sole Co.,Ltd (LGE)

ການລົງກວດຕົວຈິງພາກສະໝາມ, ການຈັດຕັ້ງກອງປະຊຸມປືກສາຫາລື ກ່ຽວກັບບົດລາຍງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງ ໂຄງການປັບປຸງສະໝາມບິນຫຼວງພະບາງ ຢູ່ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ

ພິຈັດຕັ້ງຂຶ້ນໃນວັນທີ່ 16/03/2023 ສະຖານທີປະຊຸມໄດ້ຈັດຂຶ້ນທີ່ພະແນກການເງິນແຂວງ ຫຼວງພະບາງດ້ວຍມີປະທານກອງປະຊຸມແມ່ນ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້ນແຂວງ ຫຼວງພະບາງ ແລະ ມີຫົວໜ້າກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມພ້ອມກັນນັ້ນຍັງມີ ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາສິ່ງແວດລ້ອມ (LGE) ເຂົ້າຮ່ວມໃນວາລະຄັ້ງນີ້ດ້ວຍ ຈຸດປະສົງເພື່ອສະໜັບສະໜູນການພັດທະນາຂອງໂຄງການ ແລະ ເປັນເອກະພາບດ້ານພື້ນຖານເນື້ອໃນບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕີດຕາມການກວດກາສິ່ງແວດລ້ອມຂອງໂຄງການ ແລະ ເປັນການຮັບປະກັນໃຫ້ບົດລາຍງານມີເນື້ອໃນຄົບຖ້ວນ ສາມາດຮັບຮອງໄດ້.